ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່ (Land Survey, Mapping & Geomatics Officer)
ປະກາດຮັບສະໝັກພະນັກງານຕຳແໜ່ງ: ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່ (Land Survey, Mapping & Geomatics Officer)
Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນມູນຄ່າຊັບສິນ ທີ່ໄດ້ຮັບການຮັບຮອງຈາກທະນາຄານແຫ່ງ ສປປ ລາວ ຕັ້ງແຕ່ປີ 2019. ພວກເຮົາໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ, ການສຳຫຼວດທີ່ດິນ, ການຈັດເຮັດແຜນທີ່, ວິເຄາະຂໍ້ມູນ GIS ແລະ ໃຫ້ຄຳປຶກສາດ້ານອະສັງຫາລິມະຊັບແກ່ພາກລັດ, ສະຖາບັນການເງິນ, ອົງກອນພັດທະນາ ແລະ ພາກເອກະຊົນ.
ສະຖານທີ່ເຮັດວຽກ: ນະຄອນຫຼວງວຽງຈັນ ແລະ ສາມາດເດີນທາງລົງສຳຫຼວດໃນແຂວງຕ່າງໆໄດ້
ປະເພດວຽກ: ເຕັມເວລາ (Full-Time)
ລາຍຮັບ: 4,000,000 – 10,000,000 ກີບ/ເດືອນ (ຕາມຄວາມສາມາດ ແລະ ປະສົບການ)
imperdiet turpis non. Urna quam lacus consequat lacus vitae lacus.
ໜ້າທີ່ ແລະ ຄວາມຮັບຜິດຊອບ
- ດຳເນີນການສຳຫຼວດທີ່ດິນ, ກຳນົດພິກັດ ແລະ ກວດສອບເນື້ອທີ່ພາກສະໜາມ
- ນຳໃຊ້ອຸປະກອນ Survey ເຊັ່ນ GPS/GNSS, Total Station, Drone ແລະ ອຸປະກອນທີ່ກ່ຽວຂ້ອງ
- ຈັດເຮັດແຜນທີ່, ປະມວນຜົນຂໍ້ມູນພູມິສາດ ແລະ ຈັດການຖານຂໍ້ມູນ GIS
- ກວດສອບເອກະສານກ່ຽວກັບທີ່ດິນ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ
- ຈັດເຮັດບົດລາຍງານຜົນການສຳຫຼວດ ແລະ ສົ່ງມອບຂໍ້ມູນໃຫ້ທີມງານ
- ສາມາດເຮັດວຽກເປັນທີມ, ມີຄວາມຮັບຜິດຊອບ, ອົດທົນ ແລະ ພ້ອມເຮັດວຽກພາກສະໜາມ
ຄຸນສົມບັດ ແລະ ທັກສະທີ່ຕ້ອງການ
– ຈົບການສຶກສາສາຂາ:
- ສຳຫຼວດທີ່ດິນ (Land Surveying)
- ວິສະວະກຳສຳຫຼວດ
- GIS ແລະ Geomatics
- ແຜນທີ່ສາດ (Cartography)
- ວິສະວະກຳໂຍທາ
- ການຈັດການທີ່ດິນ
- ຫຼື ສາຂາອື່ນທີ່ກ່ຽວຂ້ອງ
– ສາມາດນຳໃຊ້ Microsoft Office, AutoCAD, QGIS, ArcGIS ຫຼື ຊອບແວດ້ານ Survey ແລະ GIS ໄດ້
ມີຄວາມຮູ້ດ້ານ GPS/GNSS, Total Station ຫຼື Drone Survey ຈະພິຈາລະນາເປັນພິເສດ
– ສາມາດຂຽນບົດລາຍງານ ແລະ ຈັດການຂໍ້ມູນໄດ້ດີ
– ມີທັກສະການສື່ສານ ແລະ ປະສານງານທີ່ດີ
– ສາມາດໃຊ້ພາສາອັງກິດພື້ນຖານໄດ້
– ມີໃບຂັບຂີ່ລົດ ຫຼື ສາມາດເດີນທາງຕ່າງແຂວງໄດ້ ຈະພິຈາລະນາເປັນພິເສດ
imperdiet turpis non. Urna quam lacus consequat lacus vitae lacus.
ສິ່ງທີ່ພວກເຮົາມອບໃຫ້
- ເງິນເດືອນ ແລະ ເງິນອຸດໜູນທີ່ແຂ່ງຂັນໄດ້
- ໂອກາດຮຽນຮູ້ການນຳໃຊ້ເທັກໂນໂລຢີ Survey, GIS ແລະ Drone Mapping
- ໂອກາດພັດທະນາສາຍອາຊີບໃນບໍລິສັດທີ່ກຳລັງເຕີບໂຕ
- ເບ້ຍລ້ຽງ ແລະ ຄ່າເດີນທາງເມື່ອລົງພາກສະໜາມ
ສົ່ງ CV ພ້ອມຮູບຖ່າຍມາທີ່: info@laovalue.com
ໂທ: +856 20 22 991 889
ສຳນັກງານ: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
#Laoearth #JobsLaos #Surveyor #GIS #Geomatics #Mapping #LandSurvey #VientianeJobs #ຮັບສະໝັກວຽກ #ສຳຫຼວດທີ່ດິນ #GISLaos
