📢 ປະກາດຮັບສະໝັກພະນັກງານ ຕຳແໜ່ງ: ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່ (Land Survey, Mapping & Geomatics Officer)
Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນມູນຄ່າຊັບສິນ ທີ່ໄດ້ຮັບການຮັບຮອງຈາກທະນາຄານແຫ່ງ ສປປ ລາວ ຕັ້ງແຕ່ປີ 2019. ພວກເຮົາໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ, ການສຳຫຼວດທີ່ດິນ, ການຈັດເຮັດແຜນທີ່, ວິເຄາະຂໍ້ມູນ GIS ແລະ ໃຫ້ຄຳປຶກສາດ້ານອະສັງຫາລິມະຊັບແກ່ພາກລັດ, ສະຖາບັນການເງິນ, ອົງກອນພັດທະນາ ແລະ ພາກເອກະຊົນ.

📍 ສະຖານທີ່ເຮັດວຽກ: ນະຄອນຫຼວງວຽງຈັນ ແລະ ສາມາດເດີນທາງລົງສຳຫຼວດໃນແຂວງຕ່າງໆໄດ້
🕘 ປະເພດວຽກ: ເຕັມເວລາ (Full-Time)
💰 ລາຍຮັບ: 4,000,000 – 10,000,000 ກີບ/ເດືອນ (ຕາມຄວາມສາມາດ ແລະ ປະສົບການ)
ໜ້າທີ່ ແລະ ຄວາມຮັບຜິດຊອບ
✅ ດຳເນີນການສຳຫຼວດທີ່ດິນ, ກຳນົດພິກັດ ແລະ ກວດສອບເນື້ອທີ່ພາກສະໜາມ
✅ ນຳໃຊ້ອຸປະກອນ Survey ເຊັ່ນ GPS/GNSS, Total Station, Drone ແລະ ອຸປະກອນທີ່ກ່ຽວຂ້ອງ
✅ ຈັດເຮັດແຜນທີ່, ປະມວນຜົນຂໍ້ມູນພູມິສາດ ແລະ ຈັດການຖານຂໍ້ມູນ GIS
✅ ກວດສອບເອກະສານກ່ຽວກັບທີ່ດິນ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ
✅ ຈັດເຮັດບົດລາຍງານຜົນການສຳຫຼວດ ແລະ ສົ່ງມອບຂໍ້ມູນໃຫ້ທີມງານ
✅ ສາມາດເຮັດວຽກເປັນທີມ, ມີຄວາມຮັບຜິດຊອບ, ອົດທົນ ແລະ ພ້ອມເຮັດວຽກພາກສະໜາມ
ຄຸນສົມບັດ ແລະ ທັກສະທີ່ຕ້ອງການ
ຈົບການສຶກສາສາຂາ:
ສຳຫຼວດທີ່ດິນ (Land Surveying)
ວິສະວະກຳສຳຫຼວດ
GIS ແລະ Geomatics
ແຜນທີ່ສາດ (Cartography)
ວິສະວະກຳໂຍທາ
ການຈັດການທີ່ດິນ ຫຼື ສາຂາອື່ນທີ່ກ່ຽວຂ້ອງ
ສາມາດນຳໃຊ້ Microsoft Office, AutoCAD, QGIS, ArcGIS ຫຼື ຊອບແວດ້ານ Survey ແລະ GIS ໄດ້
ມີຄວາມຮູ້ດ້ານ GPS/GNSS, Total Station ຫຼື Drone Survey ຈະພິຈາລະນາເປັນພິເສດ
ສາມາດຂຽນບົດລາຍງານ ແລະ ຈັດການຂໍ້ມູນໄດ້ດີ
ມີທັກສະການສື່ສານ ແລະ ປະສານງານທີ່ດີ
ສາມາດໃຊ້ພາສາອັງກິດພື້ນຖານໄດ້
ມີໃບຂັບຂີ່ລົດ ຫຼື ສາມາດເດີນທາງຕ່າງແຂວງໄດ້ ຈະພິຈາລະນາເປັນພິເສດ
ສິ່ງທີ່ພວກເຮົາມອບໃຫ້
ສົ່ງ CV ພ້ອມຮູບຖ່າຍມາທີ່: info@laovalue.com
ໂທ: +856 20 22 991 889
ສຳນັກງານ: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
#Laovalue #JobsLaos #Surveyor #GIS #Geomatics #Mapping #LandSurvey #VientianeJobs #ຮັບສະໝັກວຽກ #ສຳຫຼວດທີ່ດິນ #GISLaos
📢 ປະກາດຮັບສະໝັກພະນັກງານ ຕຳແໜ່ງ: ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່ (Land Survey, Mapping & Geomatics Officer)

