ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່ (Land Survey, Mapping & Geomatics Officer)

ປະກາດຮັບສະໝັກພະນັກງານຕຳແໜ່ງ: ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່  (Land Survey, Mapping & Geomatics Officer)

Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນມູນຄ່າຊັບສິນ ທີ່ໄດ້ຮັບການຮັບຮອງຈາກທະນາຄານແຫ່ງ ສປປ ລາວ ຕັ້ງແຕ່ປີ 2019. ພວກເຮົາໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ, ການສຳຫຼວດທີ່ດິນ, ການຈັດເຮັດແຜນທີ່, ວິເຄາະຂໍ້ມູນ GIS ແລະ ໃຫ້ຄຳປຶກສາດ້ານອະສັງຫາລິມະຊັບແກ່ພາກລັດ, ສະຖາບັນການເງິນ, ອົງກອນພັດທະນາ ແລະ ພາກເອກະຊົນ.

ສະຖານທີ່ເຮັດວຽກ: ນະຄອນຫຼວງວຽງຈັນ ແລະ ສາມາດເດີນທາງລົງສຳຫຼວດໃນແຂວງຕ່າງໆໄດ້

ປະເພດວຽກ: ເຕັມເວລາ (Full-Time)

ລາຍຮັບ: 4,000,000 – 10,000,000 ກີບ/ເດືອນ (ຕາມຄວາມສາມາດ ແລະ ປະສົບການ)

imperdiet turpis non. Urna quam lacus consequat lacus vitae lacus.

ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ດຳເນີນການສຳຫຼວດທີ່ດິນ, ກຳນົດພິກັດ ແລະ ກວດສອບເນື້ອທີ່ພາກສະໜາມ
  • ນຳໃຊ້ອຸປະກອນ Survey ເຊັ່ນ GPS/GNSS, Total Station, Drone ແລະ ອຸປະກອນທີ່ກ່ຽວຂ້ອງ
  • ຈັດເຮັດແຜນທີ່, ປະມວນຜົນຂໍ້ມູນພູມິສາດ ແລະ ຈັດການຖານຂໍ້ມູນ GIS
  • ກວດສອບເອກະສານກ່ຽວກັບທີ່ດິນ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ
  • ຈັດເຮັດບົດລາຍງານຜົນການສຳຫຼວດ ແລະ ສົ່ງມອບຂໍ້ມູນໃຫ້ທີມງານ
  • ສາມາດເຮັດວຽກເປັນທີມ, ມີຄວາມຮັບຜິດຊອບ, ອົດທົນ ແລະ ພ້ອມເຮັດວຽກພາກສະໜາມ

ຄຸນສົມບັດ ແລະ ທັກສະທີ່ຕ້ອງການ

– ຈົບການສຶກສາສາຂາ:

  • ສຳຫຼວດທີ່ດິນ (Land Surveying)
  • ວິສະວະກຳສຳຫຼວດ
  • GIS ແລະ Geomatics
  • ແຜນທີ່ສາດ (Cartography)
  • ວິສະວະກຳໂຍທາ
  • ການຈັດການທີ່ດິນ
  • ຫຼື ສາຂາອື່ນທີ່ກ່ຽວຂ້ອງ

– ສາມາດນຳໃຊ້ Microsoft Office, AutoCAD, QGIS, ArcGIS ຫຼື ຊອບແວດ້ານ Survey ແລະ GIS ໄດ້

ມີຄວາມຮູ້ດ້ານ GPS/GNSS, Total Station ຫຼື Drone Survey ຈະພິຈາລະນາເປັນພິເສດ

– ສາມາດຂຽນບົດລາຍງານ ແລະ ຈັດການຂໍ້ມູນໄດ້ດີ

– ມີທັກສະການສື່ສານ ແລະ ປະສານງານທີ່ດີ

– ສາມາດໃຊ້ພາສາອັງກິດພື້ນຖານໄດ້

– ມີໃບຂັບຂີ່ລົດ ຫຼື ສາມາດເດີນທາງຕ່າງແຂວງໄດ້ ຈະພິຈາລະນາເປັນພິເສດ

imperdiet turpis non. Urna quam lacus consequat lacus vitae lacus.

ສິ່ງທີ່ພວກເຮົາມອບໃຫ້

  • ເງິນເດືອນ ແລະ ເງິນອຸດໜູນທີ່ແຂ່ງຂັນໄດ້
  • ໂອກາດຮຽນຮູ້ການນຳໃຊ້ເທັກໂນໂລຢີ Survey, GIS ແລະ Drone Mapping
  • ໂອກາດພັດທະນາສາຍອາຊີບໃນບໍລິສັດທີ່ກຳລັງເຕີບໂຕ
  • ເບ້ຍລ້ຽງ ແລະ ຄ່າເດີນທາງເມື່ອລົງພາກສະໜາມ

ສົ່ງ CV ພ້ອມຮູບຖ່າຍມາທີ່: info@laovalue.com

ໂທ: +856 20 22 991 889

www.laoearth.com

ສຳນັກງານ: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

#Laoearth #JobsLaos #Surveyor #GIS #Geomatics #Mapping #LandSurvey #VientianeJobs #ຮັບສະໝັກວຽກ #ສຳຫຼວດທີ່ດິນ #GISLaos